Friday, August 25, 2017

ຊົນເຜົ່າ ອາຄາ (Akha Ethnic Group)

ປະຫວັດ ຄວາມເປັນມາ ແລະ ຊື່ເອີ້ນ

ຊົນເຜົາອາຄາ ມີຖິ່ນຖານເດິມຢູ່ມນົທົນໄກວເຈົາ ແລະ ມົນທົນ ຢູນ ານປະເທດຈີນໃນປັດຈຸບັນ. ພາຍຫລັງທີ ໄດ້ອົບພະຍົບ ລົງມາຕອນ ໃຕ້ຂອງມົນທົນ ຢູນານແລ້ວ ກໍເຄື່ອນຍ້າຍໄປຢູ່ເຂດເມຶອງວາ ແລະ ຊຽງຕຸງ ຂອງມຽນມາ, ບໍລິເວນເມຶອງ ໄລເຈົາຂອງຫວຽດນາມ, ແລ້ວຈຶ່ງຄ່ອຍໆ ເຄື່ອນຍາຍມາຢູ່ຕາມພູເຂົາໃນພາກເຫນືອຂອງລາວເຮົາໄດ້ປະມານ200ກ່ວາປີມາແລ້ວ.
ສາເຫດທີ່ພາໃຫ້ພວກເຂົາຍົກ ຍ້າຍແມ່ນການຫຼົບຫຼີກ ສົງຄາມ, ການບີບບັງຄັບຕ່າງໆ ແລະ ການຊອກບ່ອນທຳການຜະລິດເລົ່ານີ້ ເປັນຕົ້ນ. ສະນັ້ນເມື່ອມາພົບບໍລິເວນທີ່ເຫມາະສົມແກ່ການຕັ້ງຖິ່ນຖານທີຢູ່ອາໄສປະກອບກັບການປັດສະຈາກສິ່ງລົບກວນ, ເຂົາເຈົ້າ ຈຶ່ງໄດ້ຢູ່ຫມັ້ນຄົງບ່ອນຢູ່ອາໄສຢູ່ບໍລິເວນດິນແດນຂອງພະມ້າ, ໄທ, ລາວ ແລະ ຫວຽດນາມ. ພ້ອມກັນນີ້ ເຂດດັ່ງກ່າວຍັງເປັນເຂດ ອຸດົມ ສົມບູນ ແລະມີອາກາດເຢືກເຢັນສະບາຍຕະຫຼອດປີ.
ຊົນເຜົ່ານີ້ມີຊື່ເອີ້ນຫລາຍຊື່ ເຂົາເຈົ້າເອີ້ນຕົນເອງວ່າ “ອາຄາ”, ສ່ວນຊົນເຜົາອື່ນເອີ້ນເຂົາເຈົາວ່າ “ອີກໍ” ແຕ່ຊື່ທີເຂົາເຈົ້າມັກ ແລະ ຊື່ທີນຳໃຊ້ໃນທາງການແມ່ນ “ຊົນເຜົາອາຄາ”. ຊົນເຜົາອາຄາປະກອບດ້ວຍຫຼາຍແຊງດ້ວຍກັນຄື: ຈີຈໍ, ປູລີ, ປານາ, ກໍເຟ, ໂອມາ, ນູກຸຍ, ລູມາ, ເອີປາ, ຈີເປຍ, ມູຈີ, ມູເຕີນ, ຢາເອິ, ເຄີ, ພູຊາງ ແລະ ກົງສາດ.

ອາຊີບ

ການດຳເນີນ ຊີວິດທາງດ້ານເສດຖະກິດຂອງຊົນເຜົ່າອາຄາ ໃນໄລຍະທີ່ຜ່ານມາແມ່ນຕິດພັນກັບທຳມະຊາດ, ອາຊີບສຳຄັນຕົນຕໍ່ ຂອງຊົນເຜົາອາຄາ ຄືການເຮັດໄຮ່ປູກເຂົ້າ, ປູກຝິ່ນ, ນອກຈາກນັ້ນ, ເຂົາເຈົ້າຍັງປູກພືດປະເພດທີ່ມີທາດແປງ ແລະ ພືດຜັກອື່ນໆ ເພື່ອ ຕອບສະຫນອງໃນຄວາມຕ້ອງການຂອງການບໍລິໂພກໃນຊີວິດປະຈຳວັນຂອງຄອບຄົວ. ສ່ວນທີ່ ເຫືລອຈະນຳໄປແບ່ງປັນໃຫ້ຍາດຕິພີ່ນ້ອງ ແລະ ນຳໄປຂາຍ ຫຼື ແລກປ່ຽນສິ່ງຂອງທີຈໍາເປັນເຊິ່ງບໍ່ສາມາດຜະລິດໄດ້ໃນບ້ານເຮືອນເຊັ່ນ: ເກືອ, ນໍ້າຕານ, ແປງນົ່ວ ແລະ ເຄື່ອງໃຊ້ສອຍຕ່າງໆ. ອາຫານໃນຊີວິດປະຈຳວັນນອກຈາກເຂົາເຈົ້າຜະລິດເອງແລ້ວ ຍັງ ໄດ້ຈາກການໄປຊອກຫາ ຕາມທາມະຊາດ. ສັດລ້ຽງທີ່ ເຂົານິຍົມລ້ຽງໄດ້ແກ່: ງົ່ວ, ຄວາຍ, ຫູມ ແລະ ໄກ່. ແຕ່ເປົ່າຫມາຍຂອງການລ້ຽງເພື່ອໄວ້ໃຊ້ແຮງງານ, ເຂົາເຈົ້າ ບໍ່ນິຍົມຂ້າສັດເຫົລານີ້ກິນເປັນອາຫານປະຈາວັນ, ເຂົາເຈົ້າຈະຂ້າກໍຕໍ່ເມືອມີງານບຸນປະເພນີ, ເຮັດຮີດຄອງ ຫຼື ແຂກຄົນແລະ ຍາດຕິພີ່ນ້ອງທາງໄກມາຢ້ຽມຢາມເທົ່ານັ້ນ.

ເຄື່ອງນຸ່ງຫົ່ມ

ການນຸ່ງ ຖືຂອງຊົນເຜົາ ອາຄາ ສໍາລັບຜູ້ຍິງແມ່ນ ນຸ່ງ ເສຶ້ອ ສີດໍາ, ເສື້ອຈະເປັນລັກສະນະທາງຫຼັງ ສັ້ນທາງຫນ້າ ຍາວບໍ່ ມີກະດຸມເສື້ອ, ສິ້ນ ກໍ່ເປັນ ສີດໍາ, ມີຜ້າ ມັດຢູ່ຂາທັງສອງເບື້ອງ ແລະ ຢູ່ເທິງຫົວກໍມີເຄື່ອງປະດັບເອ້ຍ້ອງຫຼາຍຢ່າງທີ ເຮັດ ດ້ວຍເງິນ, ມີຫຼາກຫຼາຍສີສັນປະປົນກັນ, ຊຸດທີ ເຂົາເຈົ້ານຸ່ງ ນັ້ນ ຈະປະກອບດ້ວຍເຄື່ອງປະດັບ ຫຼາຍຢ່າງເຊັ່ນ: ປອກແຂນ, ສາຍຄໍ, ຕ່າງຫູ ແລະ ອື່ນໆທີ ເຂົາເຈົ້າ ເອົາມາປະດັບໃສ.

ຊົນເຜົ່າ ກື​ມມຸ (Khmu Ethnic Group)

ປະຫວັດ ຄວາມເປັນມາ ແລະ ຊື່ເອີ້ນ

ແຕ່ລະແຊງຂອງຊົນເຜົ່າກືມມຸ ເອີ້ນຕົນວ່າ ເອງມີ ການຜັນສຽງແຕກຕ່າງກັນເລັກໜ້ອຍ, ເປັນຕົ້ນ ຄຳທຳອິດ, ກຶມ, ເຄີ, ຂະ, ກະ. ສຳລັບເຜົ່າອື່ນເອີ້ນເຂົາເຈົ້າກະມັນອອກສຽງບໍ່ແຈ້ງໃນຄຳທຳອິດ. ຄໍາວ່າ ກືມມຸ ມີຄວາມໝາຍວ່າຄົນແລະຄົນໃນທີ່ນີ້ມີຄວາມໝາຍເຈາະຈົງເຖິງເຜົ່າຂອງຕົນເອງເທົ່ານັ້ນ, ຊົນເຜົ່າກືມມຸປະກອບມີຫຼາຍແຊງເຊັ່ນ: ກືມມຸຮອກ,ກືມມຸອູ,ກືມມຸລື້,ແຕ່ລະແຊງຂອງເຜົ່າກືມມຸ ໄດ້ຕັ້ງຖິ່ນຖານພູມລຳເນົາຕາມສະຖານທີ່ຕ່າງໆ.

ອາຊີບ

ລັກສະນະ​ເສດຖະກິດ​ຂອງ​ຊົນ​ເຜົ່າ​ກື​ມມຸ​ແມ່ນ​ປະກອບ​ອາຊີ​ບການ​ກະ​ເສດ​ເປັນ​ຕົ້ນ​ແມ່ນ​ເຮັດ​ໄຮ່​ປູກ​ເຂົ້າ, ປູກ​ພືດ​ຕ່າງໆ ​ເພື່ອ​ຮັບ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ, ການ​ລ້ຽງສັດ​ກໍ່​ເປັນ​ກິດຈະການ​ທີ່​ສຳຄັນ​ໃນ​ສັງຄົມ​ຂອງ​ຊົນ​ເຜົ່າ. ສັດ​ທີ່​ເຂົາ​ເຈົ້າ​ມັກ​ລ້ຽງ​ແມ່ນ ໝູ, ໝາ, ງົວ, ຄວາຍ, ​ແບ້ ​ແລະ​ສັດ​ປີກ ​ເພື່ອປະກອບ​ພິທີ​ລ້ຽງຜີ,​ ເຮັດ​ຂວັນ​ແລະ​ໃຊ້​ເປັນ​ອາຫານ​ປະຈຳ​ວັນ. ຄຽງຄູ່​ຊົນ​ເຜົ່າ​ກື​ມມຸມີ​ການ​ເກັບ​ເຄື່ອງ​ປ່າ​ຂອງ​ຂອງ​ດົງ ​ເພື່ອ​ເປັນ​ສິນຄ້າ​​ແລກປ່ຽນຢູ່​ຕາມ​ທ້ອງ​ຕະຫຼາດຫຼື​ແລກປ່ຽນນຳ​ບັບດາ​ຊົນ​ເຜົ່າ​ທີ່​ຢູ່​ໃກ້​ຄຽງ.

ເຄື່ອງນຸ່ງຫົ່ມ

ຊົນ​ເຜົ່າ​ກື​ມມຸມີ​ເຄື່ອງນຸ່ງ​ປະຈຳ​ຊົນ​ເຜົ່າ ​ເຊີ່ງ​ເປັນ​ເອກະລັກ​ຂອງ​ຊົນ​ເຜົ່າ​ຂອງ​ເຂົາ​ເຈົ້າຕໍ່າດ້ວຍ​ຝ້າຍ,ຍອມ​ນິນ​ແລະ​ປະດັບ​ປະດາ​ຕາມ​ແຕ່ລະ​ເພດ. ​ໃນ​ປະຈຸ​ບັນ​ນີ້​ການ​ແຕ່ງ​ແລະ​ການ​ນຸ່ງ​ຖື​ບາງ​ແຊງ​ຈະ​ປະກົດ​ເຫັນ ​ແຕ່​ຍາມ​ງານ​ບຸນ​ປະ​ເພນີ​ເທົ່າ​ນັ້ນ. ສຳລັບ​ວັດທະນາ​ທຳ ​ແລ້ວ​ເຂົາ​ເຈົ້າ​ຈະ​ມັກ​ນຸ່ງ​ເຄື່ອງ​ສຳ​ເລັດ​ຮູບ​ທີ່​ຊື້​ຈາກ​ຕະຫຼາດ.

ຊົນເຜົ່າ ລື້ (Lue Ethnic group)

ປະຫວັດ ຄວາມເປັນມາ ແລະ ຊື່ເອີ້ນ

ຊົນເຜົ່າ ລື້ ແມ່ນຊົນເຜົ່າໜຶ່ງຂອງວົງຄະນາຍາດແຫ່ງຊາດລາວ ເຊິ່ງໄດ້ຕັ້ງຖິ່ນຖານ ແລະ ທຳມາຫາກິນຢູ່ປະເທດ ລາວ ພ້ອມດຽວກັນ ກັບຊົນເຜົ່າໃນໝວດພາສາ ລາວ-ໄຕ. ຊົນເຜົ່ານີ້ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຈາກພາກໃຕ້ ແລະ ພາກຕາເວັນອອກສຽງໃຕ້ຂອງປະເທດ ຈີນ ບໍລິເນມົນທົນ 12 ພັນນາ ເຂົ້າສູ່ບັນດາແຂວງພາກເໜືອ ຂອງລາວເຮົາ ໃນຕອນທ້າຍສາຕະວັດທີ XIII ເປັນຕົ້ນມາ ຊົນເຜົ່າ ລື້ ເອີ້ນຕົນເອງວ່າ: “ລື້” ຊົນເຜົ່າອື່ນເອີ້ນໃຫ້ເຂົາເຈົ້າ ກໍແມ່ນ “ ລື້”, ຊື່ທີ່ເຂົາເຈົ້າມັກ ແລະ ຊື່ທີ່ໃຊ້ທາງການໃນປັດຈຸບັນກໍ ແມ່ນ “ຊົນເຜົ່າ ລື້”. ສຳລັບການເອີ້ນຊື່ວ່າ “ລື້, ໄທລື້, ໄຕລື້” ນີ້ຕາມຂໍ້ມູນໃນປື້ມພົງສາວະດານລາວໄດ້ຂຽນໄວ້ວ່າ: ແມ່ນພວກທີ່ຍັງຕົກຄ້າງ ຢູ່ປະເທດຈີນ ຕອນໃຕ້ ຫຼື ມົນທົນຢູນານພາຍຫຼັງທີ່ລາວເຮົາໄດ້ເສຍອານາຈັກ ແລະ ໄດ້ພາກັນແຍກອອກເປັນຫຼາຍຈູ້ມ, ຫຼາຍພວກພ້ອມກັບ ການປະຊື່ເດີມ ແລະ ເອີ້ນກັນດ້ວຍຊື່ໃໝ່ແຕ່ກໍຍັງເອີ້ນຕົນເອງວ່າ: “ໄທ້” ເພື່ອສະແດງໃຫ້ຮູ້ວ່າເປັນພວກດຽວກັນ.ອີກຢ່າງໜຶ່ງຄວາມໝາຍຂອງຄຳວ່າ: “ລື້” ແມ່ນມາຈາກສອງຄຳເຫັນຕ່າງກັນຄື: ຄຳເຫັນໜຶ່ງແມ່ນມາຈາກຄຳວ່າ: “ດື້” ແລະ ຄຳເຫັນ ທີສອງແມ່ນມາຈາກຄຳວ່າ: “ລືຊ່າ” ຈາກສອງຄໍາເຫັນດັ່ງກ່າວຈະເປັນ “ລື ຫຼື ດື້” ກໍຕາມແຕ່ປັດຈຸບັນເຂົາເຈົ້າກໍມັກຊື່ລື້ດັ່ງທີ່ໄດ້ກ່າວມາ. ຊົນ ເຜົ່າ ລື້ ປະກອບດ້ວຍແຊງດຽວຄື: ເຂີນ ຫຼື ຂຶນ.

ອາຊີບ

ຊົນເຜົ່າ ລື້ ມີອາຊີບຕົ້ນຕໍທາງການກະເສດເຊັ່ນ: ການເຮັດ ນາ, ເຮັດໄຮ່ປູກເຂົ້າໜຽວ, ພ້ອມນີ້ຍັງເຮັດສວນປູກພືດຜັກ, ລ້ຽງສັດ, ເຮັດວຽກງານຫັດຖະກຳຕ່າງໆເພື່ອຮັບໃຊ້ໃນຊີວິດປະຈຳວັນ ແລະ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວນອີກດ້ວຍ. ໂດຍພື້ນຖານແລ້ວຊົນ ເຜົ່າ ລື້ ມີເສດຖະກິດຂ້ອນຂ້າງໝັ້ນຄົງ, ຊີວິດການເປັນຢູ່ແມ່ນລະດັບພໍຢູ່ພໍກິນ. ທັງນີ້ກໍຍ້ອນເຂົາເຈົ້າເປັນຄົນດຸໝັ່ນໃນການຜະລິດ, ໂດຍເອົາ ການເຮັດນາເປັນຕົ້ນຕໍປະກອບກັບການຕັ້ງບ້ານເຮືອນທັງໝັ້ນຄົງຖາວອນ. ພິເສດແມ່ຍິງຊົນເຜົ່າ ລື້ ຈະມີມູນເຊື້ອໃນການປູກມອນ, ລ້ຽງ ມ້ອນ, ຕ່ຳຫູກທໍໄໝ, ຍິບປັກຖັກແຊ່ວ ແລະ ຄ້າຂາຍເປັນອາຊີບເສີມໃຫ້ແກ່ຄອບຄົວ.

ເຄື່ອງນຸ່ງຫົ່ມ

ຄຽງຄູ່ກັບສິ່ງທີ່ກ່າວມາຊົນເຜົ່າ ລື້ ກໍຍັງມີເຄື່ອງນຸ່ງຫົ່ມເອ້ຍ້ອງ ທີ່ເປັນເອກະລັກປະຈຳຊົນເຜົ່າ. ສ່ວນຫຼາຍຜູ້ຊາຍຈະນຸ່ງໂສ້ງ, ເສື້ອດຳ, ຜ້າຄຽນຫົວສີດຳ ຫຼື ລາຍດຳຂາວ, ແມ່ຍິງຈະນຸ່ງສິ້ນແຊງເຄືອດຳຈົກ ດອກລວດລາຍຕາມຄວາມມັກ, ນຸ່ງເສື້ອສີດຳ ຫຼື ສີຟ້າແກ່ແຂບປາຍ ແຂນ, ຄໍ ແລະ ແຂບເສື້ອແລ້ວພັບນອກແລ້ວປ້າຍມັດຂ້າງ.

ຊົນເຜົ່າ ມົ້ງ (Hmong Ethnic Group)

ປະຫວັດ ຄວາມເປັນມາ ແລະ ຊື່ເອີ້ນ


ມົ້ງແມ່ນຊົນເຜົ່າຫນຶ່ງທີ່ດຳລົງຊີວິດຢູ່ດິນແດນປະເທດລາວເຮົານັບແຕ່ກາງສະຕະວັດທີ XlX ເປັນຕົ້ນມາ. ຊົນເຜົ່ານີ້ໄດ້ອົບພະຍົບເຄື່ອນຍ້າຍມາຈາກຕີເບດ, ຊີບີລີ, ມົງໂກນ ເຂົ້າສູ່ປະເທດຈີນ ແລະຕັ້ງຫລັກແຫລ່ງຢູ່ລຸ່ມແມ່ນ້ຳເຫລືອງ (ຮວງຮາ). ຍ້ອນສົງຄາມຈິ່ງໄດ້ອົບພະຍົບ ແລະເຄື່ອນຍ້າຍຖອຍລົງມາທາງທາງພາກໃຕ້ຂອງປະເທດຈີນ ແລ້ວເຂົ້າສູ່ປະເທດຫວຽດນາມ, ລາວ ແລະ ລາຊະອານາຈັກໄທ.
ຊົນເຜົ່າມົ້ງເອີ້ນຕົນເອງວ່າ “ມົ້ງ”, ສຳລັບຊົນເຜົ່າມົ້ງຢູ່ລາວການທີ່ເອີ້ນຊື່ມົ້ງແມ່ນວ່າເຂົາມັກ ແລະ ເພິ່ງພໍໃຈ, ທັງແມ່ນຊື່ດັ້ງເດີມ ແລະ ເປັນຊື່ທີ່ນຳໃຊ້ທາງລັດຖະການໃນປັດຈຸບັນ. ຄຳວ່າ “ມົ້ງ” ຕາມຄວາມຫມາຍຂອງພາສາເຂົາເຈົ້າແປວ່າ: “ຄົນ”. ຊົ່ນເຜົ່າມົ້ງຢູ່ລາວປະກອບດ້ວຍຫລາຍແຊງເຊັ່ນ: ມົ້ງຂາວ (ມົ້ງເດີ້), ມົ້ງລາຍ (ມົ້ງເລງ, ມົ້ງຊິ, ມົ້ງຢົ້ວ), ແລະ ມົ້ງດຳ (ມົ້ງດູ້).

ອາຊີບ

ການດຳລົງຊີວິດທາງດ້ານເສດຖະກິດຂອງຊົນເຜົ່າ ມົ້ງ ສ່ວນຫລາຍແມ່ນປະກອບອາຊີບທາງດ້ານການກະເສດເປັນຕົ້ນ: ເຮັດໄຮ່ປູກເຂົ້າຈ້າວ ແລະສາລີ. ນອກຈາກນີ້, ຍັງປູກພືດຜັກ, ມັນຊະນິດຕ່າງໆຮັບໃຊ້ຊີວິດປະຈຳວັນ ແລະ ນິຍົມການລ້ຽງສັດຫຼາຍປະເພດ ເຊັ່ນ: ງົວ, ຄວາຍ, ມ້າ, ແບ້, ໝູ, ໝາ, ເປັດ ແລະ ໄກ່. ສຳລັບຜູ້ຊາຍແມ່ນມີຄວາມຊຳນານທາງດ້ານການຕີເຫຼັກ ແລະ ແມ່ຍິງມີຄວາມຊຳນານທາງດ້ານການຍິບປັກຖັກແສ່ວແບບລວດລາຍຕ່າງໆສະເພາະທີ່ເຂົາເຈົ້າມັກນິຍົມກັນ. ພ້ອມກັນນັ້ນຍັງມີຄວາມເອົາໃຈໃສ່ໃນການເລືອກແນວພັນສັດ, ແນວພັນພືດເພື່ອຕອບສະໜອງຜົນຜະລິດໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ. ປັດຈຸບັນ ຊົນເຜົ່າມົ້ງ ຈຳນວນໜຶ່ງ ຫັນມາສູ່ອາຊີບການເຮັດນາປູກເຂົ້າຈ້າວ ແລະ ຄ້າຂາຍຢູ່ຕາມເຂດທົ່ວພຽງ.

ເຄື່ອງນຸ່ງຫົ່ມ

ເປັນທີ່ຍອມຮັບກັນແລ້ວວ່າໃນສັງຄົມປັດຈຸບັນ ການທີ່ຮັກສາເຄື່ອງນຸ່ງຫົ່ມ ເອ້ຍ້ອງໄດ້ດີກ່ອນເພິ່ນນັ້ນກໍ່ແມ່ນຊົນເຜົ່າມົ້ງນັ້ນເອງ, ເຊິ່ງມັນສະແດງອອກໄດ້ຢ່າງຈະແຈ້ງໃນທົ່ວໆໄປ ບໍ່ວ່າຈະເປັນ ບຸນປະເພນີ ຫຼືວັນທຳມະດາ ພວກເຮົາກໍ່ຈະພົບເຫັນ. ເຄື່ອງນຸ່ງຫົ່ມທີ່ເປັນເອກະລັກຂອງເຜົ່າຕົນເອງເຊັ່ນ: ສຳລັບແມ່ຍິງກໍ່ຈະເປັນເສື້ອ ແລະ ນຸ່ງກະໂປ່ງທີ່ມີລວດລາຍໃນການປັກແສ່ວ ແລະ ເຄື່ອງປະດັບເອ້ຍ້ອງຫຼາຍສີສັນເຊັ່ນ: ປອກແຂນ, ສາຍຄໍ, ຕ້າງຫູ ແລະ ໝວກ. ສຳລັບຜູ້ຊາຍກໍຈະນຸ່ງເສື້ອ, ໂສ້ງສີດຳທີ່ມີການປັກແສ່ວລວດລາຍຕ່າງໆ.

ຊົນເຜົ່າ ລາວ (Lao Ethnic Group)

ປະຫວັດ ຄວາມເປັນມາແລະຊື່ເອີ້ນ


ຊົນເຜົ່າລາວເປັນຊົນເຜົ່າໜຶ່ງທີ່ເກົ່າແກ່ບູຮານແລະຕັ້ງຖິ່ນຖານຢູ່ດິນດອນຕອນນີ້ໄດ້ຫຼາຍຮ້ອຍປີແລ້ວ,ສ່ວນຫຼາຍແມ່ນມີທ່າອ່ຽງວ່າຖິ່ນຖານເດີມຂອງຊົນເຜົ່າລາວຢູ່ບໍລິເວນແມ່ນ້ຳຂອງຕອນເໜືອທີ່ ຮາບ, ລຸ່ມແມ່ນ້ຳ ຢັງຊີກຽງ ພາກໃຕ້ຂອງປະເທດຈີນ. ໄດ້ເຄື່ອນຍ້າຍ ແລະ ອົບພະຍົບລົງມາທາງໃຕ້ຂອງຈີນແລ້ວເຂົ້າສູ່ແຫຼມອິນດູຈີນ. ພາຍຫຼັງການແຜ່ອໍານາດຂອງພວກມົງໂກນ ພ້ອມກັບການເຊື່ອມເສຍບົດບາດຂອງບັນດາຊົນເຜົ່າຢູ່ໃນໝວດພາສາ ມອນ-ຂະແມ ທີ່ໄດ້ອາໄສຢູ່ ຖິ່ນຖານນີ້ກ່ອນ. ຊົນເຜົ່ານີ້ເອີ້ນຕົນເອງວ່າ “ລາວ” ຊົນເຜົ່າອື່ນເອີ້ນໃຫ້ເຂົາເຈົ້າກໍແມ່ນ ລາວ ແລະຊື່ທີ່ເຂົາເຈົ້າມັກທີ່ສຸດກໍແມ່ນ “ລາວ”. ສ່ວນຄຳວ່າ “ລາວ” ມີຄວາມໝາຍວ່າແນວໃດ, ມີກົກເຄົ້າມາແຕ່ໃສ ແລະ ເປັນຫຍັງຈິ່ງເອີ້ນວ່າ “ລາວ”, ນັກສຶກສາ ແລະ ນັກປະຫວັດສາດໄດ້ສັນນິຖານໄປຫຼາຍໆຢ່າງແຕກຕ່າງກັນເຊັ່ນຄຳວ່າ “ລາວ” ມາຈາກ ເຫຼະ, ລົວະ, ລາວະ, ລ້ຽວ, ດາວ ແລະ ອື່ນໆ ເປັນຕົ້ນ.

ອາຊີບ

ການດຳເນີນວິຖີຊີວິດທາງດ້ານເສດຖະກິດຂອງຊົນເຜົ່າລາວ ເຂົາເຈົ້າມີອາຊີບແບບປະສົມປະສານ ແຕ່ຕົ້ນຕໍແມ່ນການເຮັດນາ, ປູກເຂົ້າໜຽວ, ເຂົ້າຈ້າວ, ເຮັດສວນຄົວປູກພືດຜັກ ແລະ ລ້ຽງສັດ ຕາມລະດູການຜະລິດ ໃນວົງຈອນຊີວິດຮອບປີໜຶ່ງໆ ໂດຍອີງໃສ່ປະຕິທິນລາວ ຊຶ່ງແຕກຕ່າງຈາກປະຕີທິນສາກົນ ພ້ອມກັນນີ້, ກໍຍັງເຮັດການຄ້າຂາຍນ້ອຍ ເພື່ອເສີມລາຍໄດ້ແກ່ຄອບຄົວ, ກ່ອນທີ່ຈະໄປທໍາການຜະລິດປູກພືດພັນທັນຍາຫານ, ໄປຊອກຢູ່ຫາກິນ ແລະ ອື່ນໆ ໃນຊີວິດຂອງເຂົາເຈົ້າຈະມີການໄລ່ມື້ໄລ່ຍາມຢ່າງຄັກແນ່ເຊັ່ນ ມື້ໃດເປັນມື້ງາມຢາມດີ ແລະ ມື້ບໍ່ດີກໍ່ຄື ມື້ວັນສິນດັບ, ມື້ຮວງ, ມື້ຮວາຍ, ເດືອນດັບ, ເດືອນເພັງເຫຼົ່ານີ້ເປັນຕົ້ນ.

ເຄື່ອງນຸ່ງຫົ່ມ

ສໍາລັບເຄື່ອງນຸ່ງຫົ່ມ ແລະ ການແຕ່ງກາຍຕາມປະເພນີຂອງຊົນເຜົ່າ ລາວ ແລ້ວແມ່ນມີເອກະລັກສະເພາະເພດຍິງ ແລະ ເພດຊາຍບໍ່ຄືກັນ. ເພດຊາຍຕັດຜົມສັ້ນ, ນຸ່ງເສື້ອຄໍມົນແຂນບັ້ງມັດແໜ່ງຢູ່ໜ້າເອິກ, ໂສ້ງ ຫົວຮູດ ຫຼື ຜ້າສະໂຫຼ່ງ, ແມ່ຍິງຈົ່ງຜົມຍາວແລ້ວເກົ້າຜົມຄຽນດ້ວຍສ້ອຍ ເງິນ, ຄໍາ ຫຼື ໝາກປັດ, ເອົາປິ່ນເກົ້າປັກຄັດໃຫ້ແໜ້ນ, ເຄື່ອງປະດັບໃສ່ຕຸ້ມຫູ, ສ້ອຍຄໍ, ນຸ່ງເສື້ອຄໍມົນແຂນບັ້ງ, ແພບ່ຽງ ແລະ ນຸ່ງສິ້ນ. ເຄື່ອງນຸ່ງ ຈາກຜ້າແພທີ່ເຂົາເຈົ້າຜະລິດເອົາເອງເປັນຕົ້ນກໍແມ່ນຜ້າດໍານິນ, ຜ້າໄໝມ້ອນ ແລະ ອຶ່ນໆ. ປັດຈຸບັນຍັງເປັນການປະຍຸກ ແລະ ຕົບແຕ່ງໃນຍຸກ ຂອງແຟຊັນ ແລະ ມີການອອກແບຕ່າງໆ.